ARDA Language Centre ສູນຝຶກອົບຮົມ ພາສາອັງກິດ ສາຂາຫລວງພະບາງ

ສູນຝຶກອົບຮົມ ພາສາອັງກິດ ສາຂາຫລວງພະບາງ

ARDA Language Center, Luang Prabang opened in 2004 to serve English language learning needs of the city of Luang Prabang. Initially located on the Santiphap High School premises, we have now moved to Nasang Village, in the south end of town.

ລາຍການຮຽນພາສາອັງ​ກິດ​

ເມືອງຫລວງພະບາງ ແມ່ນເມືອງມໍລະດົກໂລກ, ເປັນສູນກາງທາງດ້ານວັດທະນາທຳຂອງປະເທດລາວ ແລະ ເປັນສະຖານທີທີ່ດົງດັງຂອງແຫລ່ງທ່ອງທຽວຈາກທົວໂລກ. ສູນອົບຮົມ ພາສາອັງກິດ ອາຣ໌ດາ ໄດ້ຊ່ວຍພັດທະນານັກຮຽນໃນຫລວງພະບາງ ຮ່ຳຮຽນ ແລະ ນຳໃຊ້ພາສາທີ່ເປັນພາສາຫລັກຂອງນັກທ່ອງທຽວ, ນັ້ນກະຄືພາສາອັງກິດ. ນອກຈາກອຸດສາຫະກຳການທ່ອງທຽວແລ້ວ, ການສອນພາສາອັງກິດຂອງສູນເຮົາ ຍັງໄດ້ຊ່ວຍໃຫ້ນັກຮຽນທີ່ຈະກຽມພ້ອມໃນການໄປຮຽນຕໍ່ ແລະ ອາໄສຢູ່ຕ່າງປະເທດ ເພື່ອພັດທະນາຄວາມສາມາດທາງດ້ານພາສາອັງກິດ. ນອກຈາກນັ້ນ ພວກເຮົາຍັງສອນ ພາສາອັງກິດ ໃຫ້ກັບບາງຊັ້ນຮຽນນຳໃຊ້ບົດຮຽນ IELTS ເພື່ອເປັນບາດກ້າວທຳອິດໃຫ້ຕຽນພ້ອມໃນການສອບເສັງ IELTS. ແລ້ວພວກເຮົາຍັງຈັດກິດຈະກຳນອກຫ້ອງຮຽນ ສະມາຄົມພາສາອັງກິດ ທີ່ຈະຊ່ວຍໃຫ້ນັກຮຽນຝຶກເວົ້າພາສາອັງກິດ ໃນສະຖານະການຕົວຈິງ, ເດີນທາງໄປທ່ຽວນຳກັນ ແລະ ເຮັດກິດຈະກຳຫລາຍຢ່າງລະຫວ່າງອາຈານ ແລະ ນັກຮຽນ ເພື່ອສ້າງຜົນງານ ແລະ ເສີມຂະຫຍາຍປະສົບການ ການຮຽນຮູ້ໃຫ້ກັບນັກຮຽນ. ບັນດາອາຈານສອນຂອງສູນເຮົາແມ່ນເວົ້າພາສາອັງກິດເປັນພາສາພື້ນຖານ ແລະ ມີເປົ້າໝາຍທີ່່ຈະໃຫ້ນັກຮຽນປະສົບຜົນສຳເລັດໃນການຮຽນ, ທັງໃນຫ້ອງຮຽນ ແລະ ໃນຊີວິດດ້ວຍ.

ຄ່າຮຽນພາສາອັງກິດ

*Prices are subject to change without notice.

ລາຍການຮຽນພາສາລາວ

ນອກຈາກນີ້ ທາງສູນຂອງພວກເຮົາຍັງ ມີການສອນພາສາລາວ ໃຫ້ກັບຄົນຕ່າງປະເທດທີ່ດຳເນີນຊີວິດຢູ່ໃນຕົວເມືອງຫລວງພະບາງ ທີ່ຕ້ອງການຮຽນພາສາລາວເປັນເທື່ອທຳອິດ ຫລື ຕ້ອງການທີ່ຈະພັດທະນາທັກສະການປາກ-ເວົ້າ. ພວກເຮົາມີບົດບາດການສິດສອນ ເປັນຂອງພວກເຮົາເອງ ແລະ ເປັນອາຈານຄົນລາວທີ່ໄດ້ຮັບການຝຶກອົບຮົມການສິດສອນມາກ່ອນ ເພື່ອຊ່ວຍໃຫ້ຄົນຕ່າງປະເທດມີຄວາມຊຳນິຊຳນານໃນການຮຽນເວົ້າ, ຮຽນອ່ານ ແລະ ຮຽນຂຽນ ພາສາລາວ.

ຄ່າຮຽນພາສາລາວ

*Prices are subject to change without notice.